Full time
ແຂວງ ອັດຕະປື, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 3 ເມືອງ ພູວົງ
Posted 3 months ago
ຄຸນນະວຸດ ແລະ ເງື່ອນໄຂ ຂອງຜູ້ສະໝັກ
- ສ້າງເຄື່ອງມືໃນການຄຸ້ມຄອງບໍລິຫານ ແລະ ຕິດຕາມການນຳໃຊ້ຂອງພາຫະນະທັງໝົດ ຂອງເຂື່ອນ;
- ຄຸ້ມຄອງການບຳລຸງຮັກສາພາຫະນະທັງໝົດ ຂອງເຂື່ອນ ເຊັ່ນ: ສະພາບເຕັກນິກ, ປະຫວັດການສ້ອມແປງຕ່າງໆ ພ້ອມເຮັດບົດລາຍງານຕໍ່ ຫົວໜ້າຝ່າຍ ຫ້ອງການບໍລິຫານ;
- ຕິດຕາມກວດເຊັກເອກະສານສຳຄັນ ທີ່ຈຳເປັນຕໍ່ພາຫະນະທັງໝົດ ຂອງເຂື່ອນ ເຊັ່ນ: ທະບຽນລົດ, ໃບເສຍຄ່າທາງ, ກວດກາເຕັກນິກ, ໃບອະນຸຍາດແລ່ນລົດ, ປະກັນໄພລົດ ແລະ ອື່ນໆທີ່ກ່ຽວຂ້ອງ;
- ເຮັດບົດລາຍງານ ການສ້ອມແປງ ແລະ ເຮັດບົດລາຍງານພິເສດ ໃນກໍລະນີພາຫະນະເກິດອຸປະຕິເຫດ ຕໍ່ຫົວໜ້າຝ່າຍ ແລະ ຄະນະບໍລິຫານ;
- ປະສານງານກັບ ບໍລິສັດ ປະກັນໄພ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນການໄກ່ເກ່ຍຄະດີ;
- ສະໜອງຂໍ້ມູນພາຫະນະ ຂອງເຂື່ອນ ໃຫ້ແກ່ທີມງານກວດສອບ ແລະ ຄະນະບໍລິຫານ ຕາມມອບໝາຍຂອງຫົວໜ້າສາຍງານ ແລະ ຝ່າຍກ່ຽວຂ້ອງ;
- ຮັບຜິດຊອບຕໍ່ອາຍຸເອກະສານຕ່າງໆ ທີ່ກ່ຽວຂ້ອງກັບພາຫະນະທັງໝົດພາຍໃນເຂື່ອນ;
- ປະຕິບັດວຽກອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ.
ຄຸນນະວຸດ ແລະ ເງື່ອນໄຂ ຂອງຜູ້ສະໝັກ
- ຈົບຊັ້ນສູງ ຫຼື ປະລິນຍາຕີ ສາຂາ ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ;
- ມີປະສົບການຢ່າງນ້ອຍ 2 ປີ ທີ່ກ່ຽວຂ້ອງກັບຕຳແໜ່ງ;
- ມີຄວາມເຂົ້າໃຈ ແລະ ສາມາດສື່ສານ ພາສາອັງກິດໄດ້ທັງການປາກເວົ້າ ແລະ ຂີດຂຽນ;
- ມີຄວາມສາມາດ ແລະ ເຂົ້າໃຈໃນການຈັດລຳດັບຄວາມສຳຄັນຂອງໜ້າວຽກ ແລະ ວາງແຜນວຽກ;
- ມີຄວາມສາມາດໃນການບໍລິຫານຈັດການວຽກ ທີ່ນອກເໜືອຄວາມຮັບຜິດຊອບ;
- ມີມະນຸດສຳພັນທີ່ດີ, ມີທັກສະດ້ານການສື່ສານ ທັງທາງປາກເວົ້າ ແລະ ການຂຽນ;
- ເປັນຄົນທີ່ມີທັດສະນະຄະຕິໃນແງ່ບວກ ແລະ ມີແນວຄິດທາງບວກ ແລະ ມີແນວຄິດສ້າງສັນຢູ່ຕະຫຼອດເວລາ;
- ມີຄວາມສາມາດ ໃນການນຳໃຊ້ຄອມພິວເຕີ້ ໂດຍສະເພາະ MS Words, MS Excel, Power point, Email, …
- ສາມາດເດີນທາງ ແລະ ເຮັດວຽກຢູ່ສະຖານທີ່ຫ່າງໄກ ຕົວເມືອງໄດ້;
- ຜູ້ສະໝັກທີ່ເປັນຄົນພື້ນທີ່ ຫຼື ແຂວງໃກ້ຄຽງ ຍິ່ງເປັນການດີ.
ປິດຮັບສະໝັກໃນວັນທີ 13 ກັນຍາ 2019
ຖ້າວ່າທ່ານມີຄວາມສົນໃຈໃນຕຳແໜ່ງນີ້, ກະລຸນາດາວໂຫຼດແບບຟອມ ແລະ ປະກອບເອກະສານຄື: ໜັງສືສະແດງເຈດຈຳນົງ, ຊີວະປະຫວັດຫຍໍ້ CV, ຮູບຖ່າຍ, ໃບຄະນະແນນ, ໃບຜ່ານງານແລ້ວສົ່ງໃຫ້ບໍລິສັດໄດ້ທີ່: HR@csenergy.la ຫຼື ສົ່ງດ້ວຍຕົວທ່ານເອງທີ່ຫ້ອງການ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຖະໜົນ ໜອງບອນ, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໂທ: 021 417789 ແລະ 030 5594492.
ຜູ້ທີ່ຜ່ານການພິຈາລະນາ ຈະຖືກຕິດຕໍ່ມາສຳພາດໃນຂັ້ນຕອນຕໍ່ໄປ ແລະ ເອກະສານທີ່ສົ່ງເຂົ້າມາຈະບໍ່ສາມາດຂໍຄືນໄດ້.
Job Features
Job Category | ພະນັກງານ ຄຸ້ມຄອງຈັດສັນພາຫານະ |